Money management ຫຼື ການບໍລິຫານຈັດການເງິນທີ່ດີນັ້ນເປັນສິ່ງສຳຄັນທີ່ສຸດໃນຍຸກປັດຈຸບັນ, ແຕ່ສ່ວນຫຼາຍແລ້ວຜູ້ຄົນທົ່ວໄປບໍ່ຄ່ອຍຄຳນຶງເຖິງປັດໄຈເຫຼົ່ານີ້ພໍປານໃດ
ເມື່ອມີລາຍຮັບເຂົ້າມາ ກໍຕ້ອງພົບກັບລາຍຈ່າຍຢ່າງຫຼວງຫຼາຍບວກກັບຄ່າຄອງຊີບທີ່ແພງຢູ່ໃນບ້ານເຮົາ ຈຶ່ງເຮັດໃຫ້ກຸ່ມຄົນທີ່ບໍ່ຮູ້ຈັກການບໍລິຫານຈັດການທາງດ້ານການເງິນຂອງຕົນເອງມັກພົບກັບບັນຫາພາວະລາຍຈ່າຍເກີນລາຍຮັບຢູ່ເລື້ອຍໆ, ສະນັ້ນລອງມາສຶກສາເບິ່ງແຜນວາດການບໍລິຫານເງິນ ດ້ານລຸ່ມນີ້ນຳກັນເລີຍ...
ລາຍໄດ້ ຫຼື ເງິນ
ສິ່ງທີ່ຈະຊ່ວຍໃຫ້ເກີດສະພາບຄ່ອງທາງດ້ານການເງິນທີ່ດີນັ້ນກໍຄື ການມີລາຍໄດ້ທີ່ເກີດຈາກສອງຊ່ອງທາງຂຶ້ນໄປ ເປັນຕົ້ນວ່າລາຍໄດ້ທີ່ເກີດຈາກ Active income ແມ່ນລາຍໄດ້ທີ່ເກີດຈາກການລົງມືເຮັດເອງ ກໍຄືລາຍໄດ້ຈາກການເຮັດວຽກປະຈຳ ຫຼື ເງິນເດືອນຂອງເຮົານັ້ນເອງ ແລະ ລາຍໄດ້ທີ່ເກີດຈາກ Passive income ແມ່ນລາຍໄດ້ທີ່ເຮັດວຽກດ້ວຍຕົວມັນເອງໂດຍທີ່ເຮົາບໍ່ຈຳເປັນຕ້ອງລົງມືກະທຳ ເປັນຕົ້ນແມ່ນ ເງິນປັນຜົນຈາກຫຼັກຊັບຕ່າງໆ ຫຼື ການຮ່ວມທຶນນຳທຸລະກິດໃດໜຶ່ງ, ຈຳພວກອະສັງຫາລິມະຊັບ ເຊັ່ນວ່າ: ສ້າງອາຄານ ໃຫ້ຄົນເຊົ່າ ແລະ ຍັງມີອີກຫຼາຍໆຢ່າງ.
1.ເງິນໃຊ້ຈ່າຍໃນຊີວິດປະຈຳວັນ
ໄດ້ແກ່ຈຳພວກເງິນທີ່ຕ້ອງໃຊ້ຈ່າຍໃນການດຳລົງຊີວິດປະຈຳວັນ ເປັນຕົ້ນແມ່ນຄ່າອາຫານການກິນ, ຊື້ເຄື່ອງນຸ່ງຫົ່ມ, ຄ່າໃຊ້ສອຍຕ່າງໆ ລວມໄປເຖິງ ຄ່າສາທາລະນຸປະໂພກເຊັ່ນ: ຄ່າໄຟຟ້າ, ນ້ຳປະປາ, ອິນເຕີເນັດ... ສິ່ງຕ່າງໆເຫຼົ່ານີ້ແມ່ນປັດໄຈທີ່ຂາດບໍ່ໄດ້ໃນການດຳລົງຊີວິດ ຈຶ່ງຄວນແບ່ງເປີເຊັນຂອງລາຍໄດ້ເພື່ອໃຊ້ຈ່າຍໃຫ້ພໍດີພໍງາມ ບໍ່ຄວນໃຊ້ຈ່າຍຟຸ້ມເຟີຍຈົນເກີນຕົວ.
2.ເງິນລົງທຶນ
ແມ່ນເງິນສ່ວນໜຶ່ງທີ່ຕ້ອງໄດ້ຫັກຈາກລາຍໄດ້ ເພື່ອນຳໄປລົງທຶນ ຫຼື ຮ່ວມທຶນນຳພາກສ່ວນອື່ນເພື່ອຫວັງຜົນກຳໄລຮ່ວມກັນ ຫຼື ລົງທຶນໃນລັກສະນະຕ່າງໆທີ່ເຫັນວ່າມີຜົນຕອບແທນທີ່ດີ, ໝັ້ນຄົງ, ແລະ ປອດໄພ. ຜົົນດີຂອງມັນກໍຄື ເປັນການສ້າງແຫຼ່ງລາຍຮັບເພີ່ມຂຶ້ນອີກຊ່ອງທາງໜຶ່ງຫຼືເອີ້ນວ່າ Passive income ຊຶ່ງເປັນລາຍຮັບທີ່ເກີດຈາກການປະກອບທຶນໂດຍທີ່ເຮົາບໍໄດ້ລົງມືກະທຳເອງ.
3.ເງິນອອມ
ການອອມເງິນແມ່ນມີຄວາມສຳຄັນຫຼາຍ ຊຶ່ງຈຳເປັນຕ້ອງໄດ້ໃຊ້ແລະເປັນຕົວຊ່ວຍໃນອານາຄົດຂ້າງໜ້າໄດ້ດີທີ່ສຸດເລີຍເຊັ່ນວ່າ: ການແຕ່ງດອງ, ປຸກເຮືອນ, ເຈັບປ່ວຍກະທັນຫັນ, ຫຼືຈະເປີດບັນຊີທະນາຄານເພື່ອເປັນທຶນການສຶກສາໃຫ້ລູກກໍເປັນການດີເຊັ່ນກັນ ແລະອື່ນໆ... ສະນັ້ນຄວນເລີ່ມຕົ້ນແບ່ງສ່ວນລາຍຮັບມາເປັນເງິນອອມ ເພື່ອເປັນຄັງເງິນໄວ້ໃຊ້ຈ່າຍໃນອານາຄົດຕໍ່ໜ້າ.
4.ເງິນຜ່ອນຊຳລະ ຫຼື ອື່ນໆ
ເປັນເງິນທີ່ຕ້ອງໃຊ້ຈ່າຍເພື່ອຜ່ອນ ຫຼື ຊຳລະໜີ້ສິນຕ່າງໆ ເປັນຕົ້ນແມ່ນ ຄ່າ ຜ່ອນລົດ, ຜ່ອນເຮືອນຫຼືທີ່ດິນ, ຄ່າເຊົ່າສະຖານທີ່ ຫຼື ເຄື່ອງມືໃນການຜະລິດໃດໜຶ່ງ ຕະຫຼອດເຖິງການຊຳລະສະສາງໜີ້ສິນທີ່ຍັງຄົງຄ້າງ.
ຕອ້ງບໍລິຫານຈັດການແບ່ງສ່ວນໃຫ້ພໍດີ ເພື່ອຕອບສະໜອງໃຫ້ແກ່ບັນດາເຈົ້າໜີ້ຫຼືຜູ້ສະໜອງໃຫ້ທັນເວລາ ແລະ ເປັນທີ່ເພິ່ງພໍໃຈທັງສອງຝ່າຍ
ສະຫຼຸບແລ້ວ ການບໍລິຫານຈັດການເງິນນັ້ນ ແມ່ນມີຄວາມສຳຄັນຢ່າງຍິ່ງໃນປັດຈຸບັນ ຊຶ່ງເປັນວິທີການໜຶ່ງທີ່ຊ່ວຍຄວບຄຸມລະຫວ່າງລາຍຮັບ ແລະ ລາຍຈ່າຍໃຫ້ມີຄວາມສົມດຸນກັນ, ເປັນການປ້ອງກັນພາວະລາຍຈ່າຍເກີນລາຍຮັບໄດ້ດີທີ່ສຸດ
ບັນດາທ່ານສາມາດນຳໄປປະຍຸກໃຊ້ກັບສະພາບທາງດ້ານການເງິນຂອງຕົນເອງໄດ້ ເພື່ອໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງສຸດ.
ຝາກກົດ Like, Share, Comment ໃຕ້ບົດຄວາມນີ້ໄດ້ເລີຍ
.......................................................................................
ຢ່າລືມກົດຕິດຕາມເພຈ໌: ອິດສະຫຼະພາບທາງການເງິນ Financial freedom ເພື່ອຈະບໍ່ພາດຂໍ້ມູນໃໝ່ໆ.


ไม่มีความคิดเห็น:
แสดงความคิดเห็น